ຂໍ້ກຳນົດຂອງລະບົບ – WordPress.org ລາວWordPress.orgWordPress.orgWordPress.orgWordPress.org - lo.wordpress.org

ກ່ຽວກັບ

ຂໍ້ກຳນົດຂອງລະບົບ

ຂໍ້ກຳນົດຂອງລະບົບ

ເພື່ອໃຊ້ງານ WordPress, ພວກເຮົາແນະນຳໃຫ້ໂຮສຂອງທ່ານຮອງຮັບສິ່ງຕໍ່ໄປນີ້ — ເຊິ່ງເປັນພື້ນຖານທີ່ທັນສະໄໝ ແລະ ປອດໄພ ສຳລັບປະສິດທິພາບ ແລະ ຄວາມປອດໄພ.

PHP

ເວີຊັນ 8.3 ຫຼື ສູງກວ່າ.

ຂັບເຄື່ອນ WordPress ໃນເຊີບເວີຂອງທ່ານ. ສຶກສາເພີ່ມເຕີມ

ຖານຂໍ້ມູນ

MariaDB 10.6+ ຫຼື MySQL 8.0+.

ຈັດເກັບເນື້ອຫາ ແລະ ການຕັ້ງຄ່າຂອງທ່ານ. MariaDB · MySQL

HTTPS

ຈຳເປັນສຳລັບທຸກການຕິດຕັ້ງ.

ເຂົ້າລະຫັດການເຊື່ອມຕໍ່ເວັບໄຊຂອງທ່ານ. ເປັນຫຍັງ HTTPS ຈຶ່ງສຳຄັນ

ພຽງເທົ່ານີ້ແທ້ໆ. ແນະນຳໃຫ້ໃຊ້ Apache ຫຼື Nginx ເຊິ່ງເປັນເຊີເວີທີ່ມີຄວາມໝັ້ນຄົງ ແລະ ມີຄຸນສົມບັດຄົບຖ້ວນທີ່ສຸດສຳລັບການໃຊ້ງານ WordPress, ແຕ່ເຊີເວີໃດກໍຕາມທີ່ຮອງຮັບ PHP ແລະ MySQL ແມ່ນສາມາດໃຊ້ໄດ້ທັງໝົດ. ເພື່ອໃຫ້ໄດ້ປະສົບການທີ່ລາບລື່ນທີ່ສຸດໃນການຕິດຕັ້ງ ແລະ ການໃຊ້ງານເວັບໄຊຂອງທ່ານ, ຜູ້ໃຫ້ບໍລິການແຕ່ລະລາຍໃນໜ້າໂຮສຕິງ ແມ່ນຮອງຮັບຕາມຂໍ້ກຳນົດຂ້າງເທິງ ແລະ ອື່ນໆ ໂດຍບໍ່ມີບັນຫາໃດໆ.

ສຳລັບຄຳແນະນຳລະອຽດກ່ຽວກັບສ່ວນເສີມ PHP, ກະລຸນາເບິ່ງ ຄູ່ມືໂຮສຕິງ.

ກຳລັງໃຊ້ເວີຊັນເກົ່າຢູ່ບໍ?

WordPress ຍັງຄົງສາມາດເຮັດວຽກໄດ້ໃນ PHP 7.4+ ແລະ MySQL 5.5.5+, ແຕ່ວ່າເວີຊັນເຫຼົ່ານັ້ນໄດ້ໝົດອາຍຸການໃຊ້ງານຢ່າງເປັນທາງການແລ້ວ ແລະ ອາດເຮັດໃຫ້ເວັບໄຊຂອງທ່ານມີຄວາມສ່ຽງດ້ານຄວາມປອດໄພ. ແນະນຳຢ່າງຍິ່ງໃຫ້ອັບເກຣດ.

ສອບຖາມໂຮສຂອງທ່ານກ່ຽວກັບການໃຊ້ WordPress

ຫາກທ່ານບໍ່ແນ່ໃຈວ່າ ຜູ້ໃຫ້ບໍລິການໂຮສຕິງຂອງທ່ານສາມາດໃຊ້ງານ WordPress ໄດ້ແລ້ວຫຼືບໍ່, ນີ້ແມ່ນຄຳຮ້ອງຂໍທີ່ທ່ານສາມາດຄັດລອກ ແລະ ສົ່ງໃຫ້ພວກເຂົາໄດ້:

<a href="https://s.w.org/style/images/about/WordPress-logotype-wmark.png?0">PNG (ພື້ນຫຼັງສີເທົາ/ໂປ່ງໃສ)</a>

  • PHP 8.3 ຫຼື ໃໝ່ກວ່າ
  • MariaDB ເວີຊັນ 10.6 ຫຼື ສູງກວ່າ ຫຼື MySQL ເວີຊັນ 8.0 ຫຼື ສູງກວ່າ
  • Nginx ຫຼື Apache ພ້ອມກັບໂມດູນ mod_rewrite
  • ການຮອງຮັບ HTTPS

ຂອບໃຈ!

ບໍ່ໄດ້ບັງຄັບ, ແຕ່ແນະນຳເພື່ອຄວາມປອດໄພທີ່ດີກວ່າ

ໂຮສຕິງຈະມີຄວາມປອດໄພຫຼາຍຂຶ້ນເມື່ອແອັບພລິເຄຊັນ PHP ເຊັ່ນ WordPress ຖືກໃຊ້ງານໂດຍຊື່ຜູ້ໃຊ້ຂອງບັນຊີທ່ານ ແທນທີ່ຈະໃຊ້ຊື່ຜູ້ໃຊ້ຮ່ວມເລີ່ມຕົ້ນຂອງເຊີເວີ. ໃຫ້ສອບຖາມຜູ້ໃຫ້ບໍລິການໂຮສຕິງຂອງທ່ານກ່ຽວກັບຂັ້ນຕອນທີ່ເຂົາເຈົ້າໃຊ້ເພື່ອຮັກສາຄວາມປອດໄພໃຫ້ກັບບັນຊີຂອງທ່ານ.